About the Journal
ກະລຸນາອ່ານ: ການເປີດຮັບບົດຄວາມຕີພີມວາລະສານວິທະຍາສາດທໍາມະຊາດ ຂອງມະຫາວິທະຍາໄລແຫ່ງຊາດ
ວາລະສານວິທະຍາສານວິທະຍາສາດທໍາມະຊາດ ຂໍແຈ້ງໃຫ້ບັນດາທ່ານຮັບຊາບກ່ຽວກັບການສົ່ງບົດຄວາມຕີພີມ ວ່າ:
1. ກ່ອນຂຶ້ນທຸກທ່ານຕ້ອງ register ເຂົ້າໃນລະບົບວາລະສານ ssj.sjnl.la (Make a new submission or view your pending submissions.)
2. ໃນການສົ່ງບົດຄວາມລົງຕີພີມໃນວາລະສານຄະນະວິທະຍາສາດທໍາມະຊາດ ມຊ ແມ່ນໃຫ້ດໍາເນີນການສົ່ງເຂົ້າໃນລະບົບເວັບໄຊ ວາລະສານວິທະຍາສາດທໍາມະຊາດ ຫຼື sj.sjnl.la ເທົ່ານັ້ນ, ທາງເຮົາຈະບໍ່ມີການຮັບບົດຄວາມວາລະສານຂອງທ່ານຜ່ານຊ່ອງທາງອື່ນໂດຍເດັດຂາດ.
3. ການສົ່ງບົດຄວາມເຂົ້າສູ່ລະບົບ ຂໍໃຫ້ບັນດາທ່ານສຶກສາຢ່າງລະອຽດ ບໍ່ວ່າຈະເປັນຮູບແບບ ຫຼື Format ຂອງບົດຄວາມ, ໄລຍະເວລາ ເນື່ອງຈາກ ຖ້າບໍ່ເປັນໄປຕາມກໍານົດ ພວກເຮົາຖືວ່າທ່ານຈະຖືກປະຕິເສດ ໂດຍບໍ່ມີເງື່ອນໄຂ.
4. ການຕີພີມບົດຄວາມຈະມີ 1 ສະບັບຕໍ່ປີ ໂດຍແບ່ງເປັນ 2 ຊຸດຕໍ່ປີຄື ຊຸດທີ 1 ເດືອນ ມັງກອນ ຫາ ມິຖຸນາ, ຊຸດທີ 2 ເດືອນ ກໍລະກົດ ຫາ ທັນວາ.
5. ການສົ່ງບົດຄວາມຈະໄດ້ຮັບການພິຈາລະນາຕີພີມ ໂດຍຜ່ານຄະນະກໍາມະການ 3 ທ່ານ ແລະ ຈະໃຊ້ເວລາ 6-12 ເດືອນ. ດັ່ງນັ້ນ, ທ່ານໃດມີປະສົງຈະຕີພີມບົດຄວາມ ຂໍໃຫ້ທຸກທ່ານພິຈາລະນາຕາມວັນ ແລະ ເວລາ ເພື່ອໃຫ້ທັນການດ້ວຍ.
6. ຂໍໃຫ້ທຸກທ່ານ ໃຊ້ສະຕິສູງໃນການອ່ານຂໍ້ລະບຽບຕ່າງໆ ໃນລະບົບວາລະສານ ວິທະຍາສາດທໍາມະຊາດ ເພື່ອໃຫ້ບົດຄວາມຂອງທາ່ນມີປະສິດທິພາບສູງສຸດ ແລະ ຜ່ານຂະບວນການໄດ້ດີ ( ທ່ານສາມາດໂຫລດໃນລິງຮູບແບບການຂຽນບົດຄວາມດັ່ງລຸ່ມນີ້:
https://docs.google.com/document/d/1CrIZfKwJTEHvYzgfjceA7PXNwKdg2QUz/edit?usp=drive_link&ouid=103960674256111905975&rtpof=true&sd=true)
7. ທາງວາລະສານຈະບໍ່ຮັບຜິດຊອບ ທຸກການກະທໍາທີ່ບໍ່ຜ່ານລະບົບ ແລະ ການກະທໍາທີ່ບໍ່ຜ່ານຊ່ອງທາງທີ່ຖືກຕ້ອງ
8. ຖ້າທ່ານຫາກນໍາໃຊ້ຊ່ອງທາງອື່ນໆ ທີ່ບໍ່ຢູ່ໃນເວັບໄຊນີ້ ຖືວ່າເປັນການກະທໍາຜິດກົດລະບຽບວາລະສານ ແລະ ທາງວາລະສານຈະບໍ່ມີຄວາມຮັບຜິດຊອບໃດໆຕໍ່ການກະທໍາຂອງທ່ານ ຫຼື ນັກຄົ້ນຄວ້າ.
9. ແຈ້ງການສະບັບນີ້ຈະມີການປ່ຽນແປງພາຍໃນປີ 2030 ເທົ່ານັ້ນ
25/11/2023.
ຂໍຂອບໃຈ
ຂອບເຂດ ແລະ ນະໂຍບາຍ:
ວາລະສານວິທະຍາສາດທໍາມະຊາດ ຂອງມະຫາວິທະຍາໄລແຫ່ງຊາດແມ່ນວາລະສານແບບເປີດ ໂດຍໄດ້ຮັບການທົບທວນໂດຍຜູ້ຊ່ຽວຊານ, ທີ່ມີຈຸດປະສົງເພື່ອສົ່ງເສີມການຄົ້ນຄວ້າ ແລະ ຄວາມຮູ້ໃນທົ່ວສາຂາວິທະຍາສາດສັງຄົມທີ່ຫຼາກຫຼາຍ. ວາລະສານຈັດພິມສອງຄັ້ງຕໍ່ປີ ໂດຍສູນສົ່ງເສີມວາລະສານວິທະຍາສາດ, ມະຫາວິທະຍາໄລແຫ່ງຊາດ, ວາລະສານວິທະຍາສາດທໍາມະຊາດ ໄດ້ກວມເອົາບັນດາສາຂາວິຊາຕ່າງໆເຊັ່ນ: ຄະນິດສາດ, ຟິຊິກສາດ, ເຄມີສາດ, ຊິວະສາດ, ວິທະຍາສາດປ່າໄມ້, ວິທະຍາສາດສິ່ງແວດລ້ອມ, ວິທະຍາສາດການກິລາ, ວິສະວະກໍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ສະຖາປັດຕະຍາກໍາ ແລະ ສາຂາວິຊາອື່ນໆທີ່ກ່ຽວຂ້ອງ ພາລະກິດຂອງວາລະສານ ແມ່ນປະກອບສ່ວນ ສົ່ງເສີມຄວາມເຂົ້າໃຈກ່ຽວກັບບັນຫາດ້ານວິທະຍາສາດທໍາມະຊາດ, ການປະຍຸກໃຊ້ຈາກທໍາມະຊາດສູ່ຕົວຈິງໃນສັງຄົມ, ຊຸກຍູ້ການແລກປ່ຽນມູມມອງໃນການແກ້ໄຂບັນດາສິ່ງທ້າທາຍຢູ່ທ້ອງຖິ່ນ, ພາກພື້ນ ແລະ ໃນທົ່ວໂລກ ຈາກນັກວິຊາການ, ນັກຄົ້ນຄວ້າ ແລະ ນັກປະຕິບັດເພື່ອຄວາມກ້າວຫນ້າຂອງການຄົ້ນຄວ້າວິທະຍາສາດທຳມະຊາດ ສະໜອງຂໍ້ມູນກ່ຽວກັບການສ້າງນະໂຍບາຍ, ແລະ ສະຫນັບສະຫນູນການພັດທະນາແບບຍືນຍົງ.
ວາລະສານວິທະຍາສາດທໍາມະຊາດ:
ISSN: 3104-6355 | E-ISSN: 3104-6363
ການເປີດຮັບບົດຄວາມ:
1. ສະບັບທີ 1, ຊຸດທີ 1 ແມ່ນ ເດືອນມັງກອນ ຫາ ມິຖຸນາ
2. ສະບັບທີ 1, ຊຸດ 2 ແມ່ນ ເດືອນກໍລະກົດ ຫາ ທັນວາ
Current Issue
ສະບັບທີ 23, ຊຸດທີ 1 (ມັງກອນ ຫາ ມິຖຸນາ 2023)
VOL23, Issue1 (Jan-June 2023)


